ວິຖີຊີວິດສ່ວນໃຫຍ່ຂອງຄົນໃນທ້ອງຖິ່ນ ແມ່ນຜະລິດກະສິກຳເປັນຫຼັກ ແຕ່ພວກເຂົາຍັງຂາດຂໍ້ມູນດ້ານການຜະລິດກະສິກຳທີ່ດີ ເຮັດໃຫ້ປະສິດໃນການຜະລິດຂອງພວກເຂົາບໍ່ໄດ້ຮັບໝາກຜົນດີເທົ່າທີ່ຄວນ. ແຕ່ໃນທ້ອງຖິ່ນດຽວກັນນັ້ນ ມັກຈະພົບເຫັນວ່າມີຊາວກະສິກອນຈໍຳນວນໜຶ່ງສາມາດຜະລິດກະສິກຳໄດ້ດີກວ່າໝູ່, ຜົນຜະລິດງາມກວ່າ, ຫຼາຍກວ່າ ເຊິ່ງເຫັນວ່າພວກເຂົາສາມາດເປັນຊາວກະສິກອນຕົວແບບທີ່ດີ ເປັນນັກວິຊາການຂັ້ນບ້ານທີ່ດີໃຫ້ກັບຄົນໃນຊຸມຊົນໃນເຂດນັ້ນໄດ້. ຢ່າງໃດກໍ່ຕາມບົດຮຽນທີ່ດີທີ່ພວກເຂົາມີ ບໍ່ໄດ້ຮັບການບັນທຶກໄວ້ ແລະ ຍັງບໍ່ທັນໄດ້ຮັບການເຜີຍແຜ່ໃຫ້ຄົນອື່ນໃນຊຸມຊົນຂອງຕົນໄດ້ຮຽນຮູ້ນຳ.
ດັ່ງນັ້ນຈື່ງມີຄວາມຈຳເປັນໃນການບັນທຶກບົດຮຽນດີເດັ່ນແມ່ນມາຈາກປະສົບການຂອງຊາວກະສິກອນທີ່ດີເດັ່ນ ເຊິ່ງເປັນເຕັກນິກທີ່ເໝາະສົມກັບສະພາບທ້ອງຖິນ ເນື່ອງຈາກວ່າຊາວກະສິກອນເອງ ໄດ້ເຮັດມາແລ້ວ ສາມາດເອົາມານຳໃຊ້ໃນຊີວີດໂຕຈິງໄດ້ ແລະ ເຮັດໃຫ້ຊາວກະສິກອນສາມາດແກ້ໄຂບັນຫາໃນການຜະລິດຂອງພວກເຂົາໄດ້.
ອີງໃສ່ປະສົບການຕົວຈີງໃນໄລຍະຜ່ານມາເຫັນວ່າບົດຮຽນທີ່ໄດ້ຈາກຊາວກະສິກອນຕົວຈີງນັ້ນສົ່ງເສີມໄດ້ງ່າຍເພາະມັນມີລັກສະນະສະເພາະຂອງຂົງເຂດນັ້ນໆ ເຊີ່ງຊາວກະສິກອນສາມາດເຮັດໄດ້, ເປັນເຕັກນິກທີ່ງ່າຍດາຍ ບໍ່ຕ້ອງການການລົງທືນຫຍັງຫລາຍ. ເຖີງແມ່ນວ່າເຕັກນິກບາງອັນອາດບໍ່ມີລັກສະນະວິທະຍາສາດແບບທັນສະໃຫມ ແລະ ບໍ່ອາດແກ້ໄຂບັນຫາໄດ້ຮ້ອຍສ່ວນຮ້ອຍກໍ່ຕາມ ແຕ່ມັນກໍ່ສາມາດແກ້ໄຂບັນຫາໄດ້ລະດັບຫນື່ງເຊີ່ງສາມາດຊ່ວຍຊາວກະສິກອນໄດ້ເຊັ່ນດຽວກັນ.
ການນໍາເອົາເນື້ອໃນຂອງບົດມາຜັນຂະຫຍາຍເປັນສື່ການຮຽນການສອນຕ່າງໆທີ່ເຫມາະສົມກັບກູ່ມຜູ້ນໍໃຊ້ຈະຊ່ວຍຍົກລະດັບການເຜີຍແຜ່ບົດຮຽນອອກສູ່ວົງກ້ວາງໄດ້ຢ່າງມີປະສິດທິຜົນຍີ່ງໆຂື້ນ. ຕົວຢ່າງ: ຄລິກໄດ້ຜະລິດວິດີໂອເຕັກນິກການຜະລິດດີເດັ່ນຂອງຊາວກະສິກອນ ເລື່ອງລະ 2 ນາທີ ແລ້ວເຜີຍແຜ່ທາງເຟດສບຸກ. ແຕ່ລະວິດີໂອມີຄົນລາວເຂົ້າເບີ່ງຫລາຍຫມື່ນຄັ້ງ ເຊີ່ງສະທ້ອນໃຫ້ເຫັນວ່າເລື່ອງລາວດັ່ງກ່າວສາມາດເຂົ້າເຖີງຄົນໄດ້ຈຳນວນຫລາຍ.
ຕົວຢ່າງ: ບົດຮຽນຈາກການກຳຈັດແມງໄມ້ໃນນາເຂົ້າ ໂດຍວິທີການຈູດຢາງຕີນລົດເກົ່າໃນບໍລິເວນທີ່ໃກ້ທົ່ງນາ ເພື່ອຂັບໄລ່ແມງໄມ້ ຂໍ້ມູນນີ້ເປັນບົດຮຽນທີ່ດີ ແຕ່ບົດຮຽນດັ່ງກ່າວກໍ່ສົ່ງຜົນກະທົບທາງດ້ານລົບຕໍ່ສັງຄົມ ແລະ ສະພາບແວດລ້ອມທີ່ອ້ອມຂ້າງໃນເຂດນັ້ນໄດ້ເຊັ່ນດຽວກັນ.