ຄົນພິການມີໂອກາດນ້ອຍໃນການເຂົ້າເຖິງການສຶກສາ , ການຝຶກອົບຮົມວິຊາຊີບ, ມີວຽກເຮັດ ແລະ ອາຊີບທີ່ຖາວອນ, ຫຍຸ້ງຍາກໃນການເຂົ້າເຖິງການປິ່ນປົວ ແລະ ຮັກສາສຸຂະພາບ, ສະພາບຄອບຄົວທຸກຍາກ, ຄວາມຫຍຸ້ງຍາກກັບຄວາມເປັນພິການ ແລະ ອຸປະກອນຄ້ຳຊູ
ຝຶກອົບຮົມເຜີຍແຜ່ສິດທິຄົນພິການ ແລະ ກົດຫມາຍຂອງຄົນພິການ, ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດເພື່ອຄົນພິການມ ບົດບາດຍິງ-ຊາຍໃຫ້ກັບອົງກອນຈັດຕັ້ງທາງພາກລັດ, ອົງກອນຈັດຕັ້ງສາກົນ, ອົງການຈັດຕັ້ງຄົນພິການ ແລະ ຜູ້ພິການ.
ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງກຸ່ມເປົ້າໝາຍ ເຊັ່ນ: ຈຸດພິເສດຂອງກຸ່ມເດັກຍິງພິການວ່າເຂົາເຈົ້າມີລັກສະນະແບບໃດ, ພອນສະຫວັນດ້ານໃດ, ເໝາະກັບອາຊີບໃດ ແລະ ຈັດສັນໃຫ້ໂອກາດແກ່ພວກເຂົາໃຫ້ໄດ້ຫຼາຍທີ່ສຸດ.