ສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ/ເດັກຍິງຊົນເຜົ່າດ້ານການພັດທະນາດ້ານການສຶກສາ ແລະ ບົດບາດຍິງຊາຍ

ID:

27

Author:

SDA

Organization:
Sisterhood
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ອີງໃສ່ການສຳຫຼວດຂໍ້ມູນກ່ຽວກັບອຸປະສັກໃນການຮຽນຂອງນືກສາຊົນເຜົ່າທີ່ມາສືກສາຢູ່ໃນມະຫາໄລໃນນະຄອນຫຼວງວຽງຈັນເຫັນວ່າ75% ຂອງນັກສືກສາທັງຍີງ ແລະ ຊາຍບອກວ່າມີອຸປະສັກດ້ານການສືກສາຢູ່ນະຄອນຫຼວງວຽງຈັນແມ່ນຍ້ອນວ່າບໍ່ມີຜູ້ໃຫ້ຄຳປືກສາ, ບໍ່ມີງົບປະມານຊ່ວຍໃນການສືກສາ, ມີຄວາມກັງວົນດ້ານການປັບຕົວເຂົ້າກັບສະພາບການດຳລົງຊິວິີດໃນມະຫາໄລ ໂດຍສະເພາະແມ່ນນັກສືກສາຍິງຍັງມີຂໍ້ຈໍາກັດ ການເຂົ້າເຖີງໂອກາດຕ່າງໆ ເຊັ່ນໂອກາດດ້ານການສືກສາ ແລະ ການສ້າງລາຍຮັບ. ການຂາດປັດໄຈຂ້າງເທີ່ງອາດຈະເຮັດໃຫ້ເກີດການປະພຶດທີ່ມີຄວາມສ່ຽງສູງເຊັ່ນ: ຫຼາຍຄົນຖືກຫລອກລວງໃນການຄ້າມະນຸດ, ຖືກຄວາມຮູນແຮງໃນສັງຄົມ, ຂາດຄວາມໝັ້ນໃຈໃນການຕັດສິນໃຈໃນການຮຽນ. ພວກເຮົາເຮັດວຽກກັບສືກສາຊົນເຜົ່າເພື່ອເປັນທີ່ປືກສາ, ຊ່ວຍສ້າງໂອກາດໃຫ້ນັກສືກສາຊົນເຜົ່າໄດ້ເຂົ້າເຖິງການສືກສາທີ່ເປັນທາງການ ແລະ ບໍ່ເປັນທາງການໃຫ້ໄດ້ຫຼາຍຂື້ນຜ່ານການຝືກອົບຮົມທັກສະຂັ້ນພື້ນຖານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາຍຊົນເຜົ່າ, ເພີ່ມຄວາມຮູ້ດ້ານການສຶກສາ ແລະ ພັດທະນາທັກສະພື້ນຖານດ້ານເສດຖະກິດ ແລະ ໃຫ້ຄວາມຮູ້ກ່ຽວກັບເລື່ອງບົດບາດຍິງ-ຊາຍ. ນອກຈາກນີ້ຍັງໄດ້ເຜີຍແຜ່ຜົນກະທົບຈາກບາງຄວາມເຊື່ອທີ່ກໍ່ໃຫ້ເກີດຄວາມບໍ່ເທົ່າທຽມກັນ ແລະ ຄວາມຮູນແຮງໃນສັງຄົມ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ພວກເຮົາໄດ້ຝືກອົບໃຫ້ນັກສືກສາຈຳນວນ 15 ຄົນເປັນຄູຝືກດ້ານທັກສະຊິວິດ, ທັກສະພື້ນຖານການສ້າງລາຍຮັບ, ການວາງແຜນໄປສູ່ຄວາມຝັນ ແລະ ອື່ນໆ. ສ້າງໂອກາດໃ້ຫຄູຝືກເຫຼົ່ານີ້ໄດ້ຈັດຕັ້ງກິດຈະກຳການຝືກອົບຮົມໃຫ້ນັກຮຽນ ແລະ ນັກສືກສາຊົນເຜົ່າທີ່ມີຮຽນຢູ່ໃນນະຄອນຫຼວງວຽງຈັນ ແລະ ນັກຮຽນລຸ້ນນ້ອງທີ່ຮຽນຢູ່ບ້ານເກິດຂອງຕົນເອງ. 

ພວກເຮົາຍັງເຮັດວຽກກັບ ສູນຝືກອົບຮົມ EDC ເພື່ອຝືກສອນບົດຮຽນທັກສະຊິວິດ ແລະ ທັກສະອື່ນໆແທດເໝາະກັບຄວາມຕ້ອງການຂອງນັກສືກຜ່ານຄຼິບວິໂອໂພດໃນສື່ອອນລາຍຂອງໂຄງການເພື່ອຂະຫຍາຍບົດຮຽນ, ຄວາມຮູ້ເຫຼົ່ານີ້ໃຫ້ນ້ອງໆນັກສືກສາໃນວົງກວ້າງຕື່ມ.​

ພວກເຮົາໄດ້ຮັບນັກສືກມາຝືກງານ ແລະ ຮຽນຮູ້ການເຮັດວຽກຕົວຈີງເພື່ອໃຫ້ນັກສືກສາມີຄວາມໝັ້ນໃຈ ແລະ ມີຄວາມພ້ອມໃນການສະໝັກວຽກພາຍຫຼັງຮຽນຈົບມະຫາວິທະຍາໄລ.

3. ຜົນສຳເລັດຂອງໂຄງການ / Results of the project

  • ພວກເຮົາສຳເລັດ 5 ຄຼິບຝືກອົບຮົມໃນອອນລາຍ ມີຜູ້ຊົມຮຽນຮູ້ຈາກ 5,000 ເຖິງ 15,000 ຄົນ. ແລະພວກເຮົາໄດ້ສຳເລັດການສະແດງລະຄອນສັ້ນສະທ້ອນຊິວິດແມ່ຍິງຊົນເຜົ່າມົ້ງທີ່ຖືກກົດດັນຈາກການປະຕິບັດຮິດຄອງທີ່ຍັງມີການປະຕິບັດທີ່ບໍ່ເທົ່າທຽມກັນລະຫວ່າງລູກຍິງ ແລະ ຊາຍລະຄອນໄດ້ໂພດໃນອອນລາຍ237,684 ຄົນໄດ້ເຫັນແລະໃຫ້ຄຳຄິດເຫັນໃນການແກ້ໄຂ, ເຊີງນີ້ເປັນຈຸດເລີ່ມຕົ້ນໃນການສົນທະນາຊ່ອງທາງແກ້ໄຂໃຫ້ມີຄວາມເທົ່າທຽມກັນລະຫວ່າງຍິງ ແລະ ຊາຍເພື່ອເດັກຍິງໄດ້ຮັບໂອກາດໃນການສືກສາຫຼາຍຂື້ນ. https://www.facebook.com/SisterhoodforDevelopment.VivNcaug
  • ໄວໝຸ່ມຊົນເຜົ່າ94 ຄົນໄດ້ຮັບການຝືກອົບທັກສະໃນການບໍລິຫານເວລາ, ບໍລິຫານການເງີນ, ວິເຄາະສາຍພົວພັນທາງສັງຄົມ ແລະ ສ້າງເສັ້ນທາງສູ່ຄວາມຝັນຊ່ວຍໃຫ້ນັກສືກສາເຫຼົ່ານີ້ໄດ້ມີແຜນໃນການສືກສາເພື່ອກຽມຄວາມພ້ອມໃນການຫາວຽກເຮັດງານທຳພາຍຫຼັງຈົບການສືກສາ. 
  • ນັກສືກສາ 12 ຄົນທີ່ເປັນຄູຝືກມີຄວາມໜັ້ນໃຈຫຼາຍຂື້ນໃນການເຜີຍແຜ່ຄວາມຮູ້, ທັກສະດ້ານການເປັນຄູຝືກໃຫ້ເພື່ອນໆ ແລະ ລຸ້ນນ້ອງຂອງຕົນເອງ. 
  • ນັກສືກສາຊົນເຜົ່າ ອີກ 12 ຄົນໄດ້ຈົບການຝືກງານໃນໄລຍະ 1-3ເດືອນກັບສະມາຄົມ

 

 

4. ປັດໄຈສູ່ຜົນສຳເລັດ / Factors of success

  1. ພະນັກງານຂອງເອື້ອຍນ້ອງຮ່່ວມພັດທະນາແມ່ນຊົນເຜົ່າທີ່ສາມາດສື່ສານພາສາຊົນເຜົ່າກັບກູ່ມເປົ້າໝາຍໃນເວລາຝືກອົບຮົມເຮັດໃຫ້ກູ່ມເປົ້າໝາຍຊົນເຜົ່າຮົມບົດຮຽນທີ່ກຽ່ວກັບທັກສະຊິວິດໄດ້ດີ ແລະ ນ້ອງໆນັກສືກສາມີຄວາມສະດວກກວ່າໃນການແລກປ່ຽນບັນຫາຂອງພວກເຂົາກັບພວກເຮົາເຮັດໃຫ້ພວກເຮົາສາມາດຊອກວິທິທີ່ແທດເໝາະກັບຄວາມຕ້ອງການຂອງກູ່ມເປົ້າໝາຍໄດ້ງ່າຍຂື້ນ. 
  2. ການໃຫ້ນັກສາໄດ້ມີໂອກາດໄດ້ພັດທະນາຕົນເອງເປັນຄູຝືກແມ່ນໄດ້ສ້າງແຮງບັນດານໃຈໃຫ້ພວກເຂົາຢາກເຂົ້າຮ່ວມກິດຈະກຳຫຼາຍຂື້ນ.
  3. ປຶກສາຫາລືຮ່ວມກັບແມ່ຍິງທີ່ເປັນຊົນເຜົ່າໃນຫົວຂໍ້ ຄວາມຮູ້ສຶກຂອງລູກຍິງມົ້ງທີີ່ຖືກຈໍາແນກໃນຄອບຄົວແມ່ນຫົວຂໍ້ທີ່ນັກສືກສາຍິງເຫັນຄວາມສຳຄັນ

 

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  1. ເຮັດວຽກກັບນັກສືກຜູ້ດ້ອຍໂອກາດຄວາມທຸກຍາກຂອງນັກສືກສາກາຍເປັນຄວາມຂໍ້ຈຳກັດໃນການຈັດຕັ້ງກິດຈະກຳຂອງໂຄງການ, ນັກສືກສາບໍ່ມີພາຫານະໃນການເດີນທາງ ມາເຂົ້າຮ່ວມກິດຈະກຳ
  2. ຂໍ້ຈຳກັດດ້ານເວລາໃນຊ່ວງທີ່ພັກແລ້ງນັກສືກສາກັບບ້ານບໍ່ສາມາດຈັດກິດຈະກຳໄດ້ 
  3. ກິດຈະກຳທີ່ເປັນການຝືກອົບຮົມໄລຍະຍາວນັກສືກສາບໍ່ສາມາດເຂົ້າຮ່ວມໄດ້ເທົ່າທີ່ຄວນ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  1. ຄຳນືງເຖິງພາສາຊົນເຜົ່າໃນການເຮັດວຽກກັບກູ່ມເປົົ້າໝາຍທີ່ເປັນຊົນເຜົ່າຄວນໃຊ້ພາສາດຽວກັນ ແລະ ວັດທະນາທຳດຽວກັນແມ່ນສຳຄັນທີ່ສຸດ
  2. ການສ້າງຕົວແບບແມ່ນສຳຄັນໃນການເຮັດວຽກກັບກູ່ມຊົນເຜົ່າ, ເພາະການເຫັນຕົວຢ່າງທີ່ສຳເລັດກ່ອນແມ່ນແຮງບັນດານໃຈໃນການປ່ຽນແປງ

...
...
...
...