ການສົ່ງເສີມການອ່ານ

ID:

38

Author:

PA

Organization:
Pum Anh
Created date:

2020-01-13 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ໂຄງການສົ່ງເສີມການອ່ານພາຍໃຕ້ໂຄງການ Voice ແມ່ນສວ່ນໜຶ່ງໃນວຽກງານພັດທະນາດ້ານການສຶກສາ ໂດຍສະເພາະແມ່ນການແກ້ໄຂບັນຫາການກືກໜັງສື, ສົ່ງເສີມການອ່ານ ແລະ ສ້າງໃຫ້ມີປຶ້ມນິທານສໍາລັບເເດັກໃຫ້ມີຫລາຍຂຶ້ນ. ເນື່ອງຈາກວ່າວັດທະນະທໍາການອ່ານໃນລາວແມ່ນມີເປີເຊັນຕ່ໍາຫລາຍ ສະເລ່ຍມີພຽງ 2 % ຂອງຈໍານວນພົນລະເມືອງ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ໃນເດືອນ ມັງກອນ 2019 ຫ້ອງການປຶ້ມອ່ານໄດ້ຈັດຝຶກອົບຮົມການຂຽນບົດເລື່ອງ ແລະ ນິທານ ໃຫ້ແກ່ກຸ່ມເປົ້າ

ໝາຍຄື: ນັກຮຽນປະຖົມ, ມັດທະຍົມ ລວມທັງນັກຮຽນພິການ ແລະ ຊົນເຜົ່າ ຈໍານວນ 25 ຄົນ. ໂດຍຂຽນຫົວຂໍ້ທີ່ແຕກຕ່າງກັນເຊັ່ນ: ເລື່ອງກ່ຽວກັບການມີສ່ວນຮ່ວມຂອງຄົນພິການ, ບົດເລື່ອງແບບມີສາລະ, ເລື່ອງກ່ຽວກັບສຸກຂະອານາໄມ, ກາບກອນ, ນິທານພື່ນເມືອງ ແລະ ອື່ນໆ.

3. ຜົນສຳເລັດຂອງໂຄງການ / Results of the project

ຜ່ານການຝຶກອົບຮົມໄລຍະ 3 ວັນ ເຫັນໄດ້ວ່ານ້ອງໆນັກຮຽນສ່ວນຫຼາຍ ຕັ້ງໃຈຟັງໃນການບັນຍາຍບົດຮຽນ ແລະ ຄໍາແນະນໍາ ກ່ຽວກັບຂັ້ນຕອນ ວິທີການຂຽນບົດເລື່ອງ ທີ່ວິທະຍາກອນໄດ້ສິດສອນໃຫ້. ນັກຮຽນແຕ່ລະຄົນສາມາດຂຽນບົດເລື່ອງຂອງຕົນເອງໄດ້ຕາມຄາດໝາຍຂອງໂຄງການ ເຊິ່ງລວມບົດເລື່ອງທັງໝົດໄດ້ຈໍານວນ 35 ເລື່ອງ ໃນນີ້ໄດ້ຄັດເລືອກເອົາບົດເລື່ອງທີ່ດີເດັ່ນ 10 ເລື່ອງ ເພື່ອແຕ້ມຮູບພາບປະກອບ ແລະ ຈະໄດ້ຈັດພິມໃນຮູບແບບປຶ້ມນິທານ.

4. ປັດໄຈສູ່ຜົນສຳເລັດ / Factors of success

ຂໍ້ດີຂອງການຝຶກອົບຮົມຄັ້ງນີ້ແມ່ນພວກເຮົາຈັດຢູ່ຫໍສະໝຸດແຂວງໄຊຍະບູລີ ເຊິ່ງນັກຮຽນທີ່ເຂົ້າຮວ່ມສາມາດເລືອກປຶ້ມມາອ່ານ ເພື່ອກະຕຸ້ນແນວຄວາມຄິດ ໃນການຂຽນບົດເລື່ອງຂອງຄົນເອງ, ນັກຮຽນທີ່ເຂົ້າຮວ່ມຝຶກອົບຮົມ ແມ່ນມີເກນອາຍຸທີ່ເໝາະສົມ ແຕ່ລະຄົນມີຄວາມຕັ້ງໃຈ ແລະ ເຂົ້າໃຈກ່ຽວກັບວີທີການຂຽນບົດເລື່ອງໄດ້ເປັນຢ່າງດີ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

ມີນັກຮຽນຈໍານວນໜຶ່ງຍັງບໍ່ມີຄວາມຮູ້ ຄວາມສາມາດໃນການຂຽນບົດເລື່ອງດີ ສະນັ້ນຈຶ່ງເປັນບັນຫາເຮັດໃຫ້ບາງຄົນບໍ່ສາມາດຂຽນບົດເລື່ອງໄດ້ດີເທົ່າທີ່ຄວນ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ຫ້ອງການປຶ້ມອ່ານແມ່ນເປັນສວ່ນໜຶ່ງ ທີ່ມີສວ່ນຮວ່ມກ່ຽວກັບດ້ານການສຶກສາ ໂດຍສະເພາະການສົ່ງເສີມການຂຽນ - ການອ່ານຄຽງຄູ່ກັນໄປ, ເນັ້ນໃສ່ການຜະລິດ ແລະ ສ້າງໃຫ້ມີປຶ້ມອ່ານສໍາລັບເດັກໃຫ້ມີຫຼາກຫຼາຍຮູບແບບ.

  • ພວກເຮົາຍິນດີຮວ່ມມື ແລະ ໃຫ້ຂໍ້ມູນກ່ຽວກັບການສົ່ງເສີມການອ່ານ ຕິດຕໍ່ໄດ້ທີ່:

pumanhlao@gmail.com , Tell: 020 5445 4841

...
...
...
...