ແຜນຍຸດທະສາດ 2019-2023 ຂອງ APEDC

ID:

50

Author:

APEDC

Organization:
APEDC
Created date:

2020-01-13 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ແຂວງຊຽງຂວາງ ຕັ້ງຢູ່ພາກຕາເວັນອອກສ່ຽງເໜືອຂອງປະເທດ, ຫ່າງຈາກນະຄອນຫຼວງວຽງຈັນປະມານ 380 ກິໂລແມັດ ເປັນເຂດພູດອຍກວມເອົາ 90% ຂອງເນື້ອທີ່ທັງໝົດ 15,992 ກິໂລຕາແມັດ ແລະ ມີຄວາມໜ້າແໜ້ນຂອງພົນລະເມືອງສະເລັ່ຍ 15 ຄົນ/ກິໂລຕາແມັດ. ພົນລະເມືອງທັງໝົດ 244,684 ຄົນ ເຊີ່ງ 62% ແມ່ນຢູຊົນນະບົດທີ່ມີເສັ້ນທາງເຂົ້າເຖິງ ແລະ 8% ຫຼື 20 ພັນກວ່າຄົນດຳລົງຊິວິດຢູ່ຊົນນະບົດທີ່ບໍ່ມີເສັນທາງເຂົ້າເຖິງ[1]. ມີເນື້ອທີ່ປ່າໄມ້ປົກຫຸ້ມ 599,700 ເຮັກຕາ ຫຼື ກວມປະມານ 37.5% ຂອງເນື້ອທີ່ທັງໝົດ.​ ໜື່ງໃນເປົ້າໝາຍຍຸດທະສາດການພັດທະນາຂອງແຂວງຊຽງຂວາງ ໄລຍະ 2016-2025 ຕ້ອງໃຫ້ພົນລະເມືອງທົ່ວແຂວງ ມີຄຸນະພາບຊິວິດທີ່ດີ, ສ້າງໃຫ້ແຂວງມີລາຍຮັບສະເລ່ຍຕໍ່ຫົວຄົນ 4,200 ໂດລາ/ຄົນ/ປີ (ສົກປີ 2014-2015 ເທົາກັບ 1,400.50 ໂດລາ/ຄົນ/ປີ), ເນັ້ນການພັດທະນາທີ່ສົມສ່ວນລະຫວ່າງສາມເສົາຄໍ້າ: ການພັດທະນາເສດຖະກິດ, ​ການພັດທະນາສັງຄົມ ແລະ ການປົກປັກຮັກສາ ແລະ ຟື້ນຟູສະພາບແວດລ້ອມ. ອີກໜື່ງຍຸດທະສາດສຳຄັນແມ່ນການປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ, ມີປະສິດທິພາບຕາມທິດສີຂຽວ ໂດຍຈະສຸມໃສ່ການອະນຸລັກ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດເຊັ່ນ: ດິນ, ປ່າໄມ້, ແຮ່ທາດ, ແຫຼ່ງນໍ້າ, ອາກາດ ແລະ ອື່ນໆ. ຊຸກຍູ້ສົ່ງເສີມການພັດທະນາຂະແໜງການນໍາໃຊ້ຊັບພະຍາກອນໃຫ້ໜ້ອຍທິ່ສຸດ ເປັນຕົ້ນແມ່ນການປູກ, ການລ້ຽງສັດ, ພັດທະນາ ແລະ ນໍາໃຊ້ພະລັງງານທົດແທນ, ສົ່ງເສີມກະສິກຳປອດສານຜິດ, ພັດທະນາຂະແໜງທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມຫຼາຍຂື້ນ[2].

            ໃນແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VIII (2016-2020) ໄດ້ລະບຸວ່າ ຮອດປະຈຸບັນທົ່ວແຂວງມີໂຄງການສືກສາສຳຫຼວດ ແລະ ກໍ່ສ້າງເຂື່ອນໄຟຟ້ານໍ້າຕົກທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MoU)  ແລະ ເຊັນສັນຍາສຳປະທານທັງໝົດ 43 ໂຄງການ ເຊີ່ງກໍ່ສ້າງແລ້ວ 2 ໂຄງການ ແລະ ກຳລັງກໍ່ສ້າງຢູ່ 12 ໂຄງການ.​ ລັດຖະບານໄດ້ອະນຸມັດໃຫ້ບໍລິສັດທັງພາຍໃນ ແລະ ຕ່າງປະເທດເຂົ້າສຳຫຼວດ-ຊອກຄົ້ນ ແລະ ປຸງແຕ່ງແຮ່ທາດທັງໝົດ 20 ບໍລິສັດ ໃນເນື້ອທີ່ສຳຫຼວດ ແລະ ຂຸດຄົ້ນທັງມົດ 8,884 ເຮັກຕາ ຫຼື ເທ່ົາກັບ 0.56% ຂອງເນື້ອທີ່ຂອງແຂວງທັງໝົດ ເຊີ່ງໄດ້ໄດ້ສຳຫຼວດແລ້ວ 17 ບໍລິສັດໃນເນື້ອທີ່ 5,280 ເຮັກຕາ.​ ສຳລັບວຽກງານພັດທະນາລືບລ້າງຄວາມທຸກຍາກໃນປີ 2018, ສາມາດແກ້ໄຂບ້ານທຸກຍາກໄດ້ 2 ບ້ານ ຄື: ບ້ານປ່ຽງ ເມືອງຄູນ ແລະ ບ້ານໂພນໄຊ ເມືອງໜອງແຮດ. ປະຈຸບັນທົ່ວແຂວງຍັງມີບ້ານທຸກຍາກທັງໝົດ 66 ບ້ານ ກວມ 13.84% ຂອງຈຳນວນບ້ານທັງໝົດທົ່ວແຂວງ (477 ບ້ານ) ແລະ ມີຄອບຄົວທຸກຍາກ 769 ຄົວເຮືອນ (1.72% ຂອງຄົວ 44,793 ຄົວເຮືອນທົ່ວແຂວງ)[3].

            ທ່າແຮງອັນສຳຄັນອັນໜຶ່ງຂອງ ສອຊພ ກໍ່ຄືເປັນສະມາຄົມໃໝ່ ຢູ່ໃນຂັ້ນແຂວງມີຄວາມຕັ້ງໃຈອັນແຮງກ້າ ທີ່ຈະພັດທະນາຕົນເອງ ໃຫ້ເປັນອົງກອນທີ່ມີຄວາມສາມາດໃນການຍາດແຍ່ງແຫຼ່ງທືນ ແລະ ເປັນຄູ່ຮ່ວມພັດທະນາກັບທຸກພາກສ່ວນເພື່ອເປົ້າໝາຍອັນດຽວກັນ. ອີກຢ່າງໜື່ງທີ່ສຳຄັນກໍ່ຍ້ອນຄວາມເປັນຫວ່ງເປັນໄຍຕໍ່ສະພາບການນຳໃຊ້ຊັບພະຍາກອນທຳມະຊາດ ໂດຍສະເພາະຊັບພະຍາກອນປ່າໄມ້, ເຄື່ອງປ່າຂອງດົງ, ສັດນ້ຳ, ສັດປ່າ ແລະ ອື່ນໆ ທີ່ນັບມື້ຫຼຸດໜ້ອຍຖອຍລົງຢ່າງໄວວາ ປະກອບໃສ່ການນໍາໃຊ້ສານເຄມີເຂົ້າໃນຊີວິດປະຈຳວັນ ແລະ ການຜະລິດກະສິກຳໂດຍສະເພາະຢາປາບສັດຕູພຶດ ທີ່ມີທ່າອ່ຽງເພີ້ມທະວີ ໂດຍອາດຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໂດຍສະເພາະຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດຢູ່ເຂດຊົນນະບົດທີ່ຍັງບໍ່ທັນເຂົ້າເຖິງຂໍ້ມູນຂ່າວສານຢ່າງທັນການ. ລັດຖະບານ ສປປ ລາວ ໄດ້ຖືເອົາການເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ ເປັນວຽກງານໜຶ່ງງທີ່ສຳຄັນ ໂດຍສະເພາະການເປັນຄູ່ຮ່ວມລະຫວ່າງພາກລັດ-ພາກເອກະຊົນ ແລະ ອົງການຈັດຕັ້ງການກຸສົນ ກໍ່ຄືອົງການຈັດຕັ້ງສັງຄົມ, ເພື່ອຫຼຸດຜ່ອນການເພິ່ງພາແຫຼ່ງທຶນຈາກພາຍນອກ[4].

 


[1] ຜົນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ IV ປີ 2015

[2] ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VIII (2016-2020), ຍຸດທະສາດ 10 ປີ (2026-2025) ແລະ ວິໄສທັດຮອດປີ 2030 ຂອງແຂວງຊຽງຂວາງ.

[3] ບົດສະຫຼູບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2018 ແລະ ທິດທາງແຜນການປີ 2019 ຂອງແຂວງຊຽງຂວາງ

[4] ຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ (2016-2025) ລົງນາມໃນກອງປະຊຸມໂຕະມົນລະດັບສູງຄັ້ງທີ 12, ວັນທີ 27 ພະຈິກ 2015 ທີ່ນະຄອນຫຼວງວຽງຈັນ

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ອາຫານ, ໂພຊະນາການ ແລະ ການສ້າງລາຍຮັບ.
  • ຊັບພະຍາກອນທຳມະຊາດ.
  • ສິ່ງແວດລ້ອມ.
  • ການພັດທະນາອົງກອນ.

3. ຜົນສຳເລັດຂອງໂຄງການ / Results of the project

  • ໂຄງການອະນຸລັກປ່າຍອດນ້ຳງຶ່ມ ຕິພັນກັບການທ່ອງທ່ຽວພູສັນ.
  • ການຝຶກອົບຮົມວີຊາຊີບ.
  • ສົ່ງເສີມບົດບາດຍີງຊາຍໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ໂດຍຜ່ານໂຄງການ COP.
  • ສົ່ງເສີມຊຸມຊົນໃຫ້ເຂົ້າເຖິງໂພຊະນາການ ໂດຍເນັ້ນໃສ່ແມ່ຍີງຖືພາ ແລະ ເດັກນ້ອຍຕ່ຳກວ່າ 2 ປີ.

 

4. ປັດໄຈສູ່ຜົນສຳເລັດ / Factors of success

ສະມາຄົມ ສອຊພ ເຮັດວຽກໂດຍປະຕິບັດບົດບາດການເປັນຜູ້ອຳນວຍຄວາມສະດວກໃນການສ້າງຄວາມສາມາດໃຫ້ແກ່ຊຸມຊົນໂດຍການຂໍການຮ່ວມມືຈາກທຸກພາກສ່ວນທີ່ກ່ຽວຂ້ອງ. ການເຮັດວຽກຂອງພວກເຮົາແມ່ນຈະເນັ້ນໜັກການມີສ່ວນຮ່ວມເພື່ອການຮຽນຮູ້ຂອງຊຸມຊົນໂດຍສະເພາະບົດບາດຍິງຊາຍ. ການພົວພັນປະສານງານກັບພາກລັດ ແລະ ອົງການຈັດຕັ້ງສັງຄົມ ຈະເປັນວຽກສຳຄັນທີ່ທາງ ສອຊພ ທີ່ຈະໄດ້ເນັ້ນໜັກເພື່ອໄດ້ຮັບການສະໜັບສະໜູນຢ່າງເຕັມທີ່.​

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  1. ໃນຊຸມຊົນເປົ້າໝາຍ ຍັງມີບາງການເຊື່ອຖືແບບດັ້ງເດີມທີ່ເຮັດໃຫ້ ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການພົບຂໍ້ຫຍຸ້ງຍາກ;
  2. ການແບ່ງຂັ້ນຄຸ້ມຄອງອົງການຈັດຕັ້ງຂອງແຕ່ລະພາກສ່ວນຍັງບໍ່ທັນຈະແຈ້ງ ເຮັດໃຫ້ມີຂໍ້ຫຍຸ້ງຍາກໃນການພົວພັນປະສານງານ ແລະ ການຈັດຕັ້ງປະຕິບັດທີ່ບໍ່ເລື່ອນໄຫຼເທົ່າທີ່ຄວນ;
  3. ການພັດທະນະເສດຖະກິດ ແລະ ການກໍ່ສ້າງໂຄງຮ່າງພື້ນຖານທີ່ຕິດພັນກັບຊັບພະຍາກອນທຳມະຊາດເຊັ່ນ: ເຂື່ອນໄຟຟ້າ, ບໍ່ຖ່ານຫີນ, ບໍ່ແຮ່ ແລະ ອື່ນໆ ທີ່ຈະສົ່ງກະທົບຕໍ່ຄຸນນະພາບຊິວິດການເປັນຢູ່ຂອງຊຸມຊົນຢູ່ໃນເຂດດັ່ງກ່າວ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ມີຂໍ້ມູນຫຼາກຫຼາຍ.

...
...
...
...