ປະຊາຊົນໃນເຂດຊົນນະບົດຍັງຂາດຂໍ້ມູນທີ່ເປັນເອກະພາບກັນພາຍໃນຊຸມຊົມ ເຊິ່ງເຮັດໃຫ້ບໍ່ສາມາດສະເຫນີການຊ່ວຍເຫລືອຈາກພາກສ່ວນທີ່ກ່ຽວຂ້ອງໄດ້ດີ ແລະ ທັນການ. ດັ່ງນັ້ນ, ຂະບວນການສົ່ງເສີມຊາວບ້ານເຮັດການຄົ້ນຄວ້າ ຈື່ງແມ່ນຂະບວນການຄົ້ນຄວ້າຫນື່ງທີ່ນໍາໃຊ້ໃນວຽກ ພັດທະນາແບບ ມີສ່ວນຮ່ວມໂດຍເອົາຊາວບ້ານເປັນໃຈກາງ. CLICK ໄດ້ພັດທະນາ ແລະ ທົດລອງນໍາໃຊ້ ຮູບແບບດັ່ງກ່າວ ເຊີ່ງ ເລີ້ມທຳອິດໃນ ປີ 2012 ເຖີງປະຈຸບັນ (ປີ 2019) ທີ່ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ລວມທັງ ຫມົດຢູ່ 5 ບ້ານທີ່ເມືອງໄຊບູລີ, ແຂວງຈຳປາ ສັກ, 5 ບ້ານ ທີ່ເມືອງບາຈຽງ, ແຂວງຈຳປາສັກ ແລະ 7 ບ້ານ, ເມືອງໂຂງ, ແຂວງຈຳປາສັກ. ໃນເບື່ອງຕົ້ນກ່ອນມີໂຄງການ ແມ່ນຄາດໄວ້ວ່າໂຄງການຈະສາມາດສ້າງຊາວບ້ານໃຫ້ເປັນນັກຄົ້ນຄວ້າດ້ານວິທະຍາສາດສັງຄົມ ຂັ້ນພື້ນຖານ ເຊີ່ງນັກຄົ້ນຄວ້າດັ່າງກ່າວເຮັດຫນ້າທີ່ໃນການບັນທຶກບົດຮຽນ, ບັນຫາ, ແລະ ວິທີການແກ້ໄຂບັນຫາ ໂດຍມີຊຸມຊົມ ແລະ ການຈັດຕັ້ງທ້ອງຖີ່ນທີ່ກ່ຽວຂ້ອງເປັນເຈົ້າການເຮັດ ເພື່ອນໍາໄປສູ່ການແກ້ໄຂບັນຫາໃນຊູມຊົນ ແລະ ປັບປຸງຊີວິດ ຄວາມເປັນຢູ່ໃຫ້ດີຂຶ້ນກ່ວາເກົ່າ.
ຂະບວນການສົ່ງເສີມເຮັດການຄົ້ນຄວ້າປະກອບດ້ວຍ 6 ບາດກ້າວດັ່ງນີ້:
ບາດກ້າວທີ 1: ການຈັດຕັ້ງກູ່ມອາສາສະຫມັກ ໃນບາດກ້າວນີ້ສີ່ງສຳຄັນແມ່ນຕ້ອງລະດົມຂົນຂວາຍໃຫ້ຊູມຊົນເຂົ້າໃຈໃຫ້ໄດ້ເຖີງຄວາມສຳຄັນຂອງການຄົ້ນຄວ້າ ໂດຍ ເນັ້ນໃສ່ຜົນປະໂຫຍດທີ່ຈະໄດ້ຈາກການຄົ້ນຄວ້າ. ການນໍາເອົາອານາດການປົກຄອງບ້ານມາເຂົ້າກູ່ມເຫັນວ່າມີຂໍ້ຈຳກັດ ເນື່ອງ ຈາກວ່າເຂົາເຈົ້າຄາວຽກຫລາຍ ແຕ່ອຳນາດການປົກຄອງບ້ານຄວນຊີ້ນຳກູ່ມ ແລະ ເປັນຜູ້ສະຫນອງຂໍ້ມູນໃນການຄົ້ນຄວ້າ. ການເອົາໄວຫນູ່ມ ນັກຮຽນນັກສຶກສາມາເຂົ້າກຸ່ມອາສາສະຫມັກແມ່ນ ເຫັນວ່າໄດ້ຮັບຜົນດີ ເພາະໄວຫນູ່ມມີເວລາວ່າງ ແລະ ມີ ຄວາມວ່ອງໄວໃນການເກັບກຳຂໍ້ມູນ ແລະ ນຳໃຊ້ເຕັກໂນ ໂລຍີໄດ້ດີກວ່າ. ດັ່ງນັ້ນ, ເພື່ອໃຫ້ສາມາດເອົາໄວຫນູ່ມມາເຂົ້າກູ່ມ ໄດ້ນັ້ນ ຈຳຕ້ອງໄດ້ຈັດກອງປະຊູມການຈັດຕັ້ງກູ່ມ ຄົ້ນຄວ້າໃນວັນພັກ ຮຽນ ຫລື ໂມງເລີກຮຽນ ໂດຍມີການປະສານຂໍການ ຮ່ວມມືກັບໂຮງຮຽນເພືື່ອພັກດັນ ໄວຫນູ່ມ ໃຫ້ເຂົ້າຮ່ວມຂະບວນການ. ກ່າວສົ່ງໃຫ້ແກ່ຄົນລຸ້ນຕໍ່ໆໄປ.
ບາດກ້າວທີ 2: ການກຳນົດຫົວຂໍ້, ແຜນ ແລະ ເຄື່ອງມືໃນການຄົ້ນຄວ້າ ການກຳນົດຫົວຂໍ້ແມ່ນໃຫ້ກູ່ມຄົ້ນຄວ້າແຕ້ມຮູບສະພາບການດຳລົງຊີວິດໃນປະຈຸບັນເຊັ່ນ: ວຽກເຮັດງານທຳ, ການສ້າງ ລາຍຮັບ, ດ້ານຮີດຄອງປະເພນີ, ກິດຈະກຳທີ່ຕິດພັນກັບສີ່ງແວດລ້ອມທຳມະຊາດ ແລະ ອື່ນໆ. ຫລັງຈາກສຳເລັດ ການແຕ້ມຮູບແມ່ນໃຫ້ກູ່ມຄັດເລືອກເອົາ 3 ກິດຈະກຳທີ່ສຳຄັນທີ່ສຸດສຳລັບເຂົາເຈົ້າ. ຫລັງຈາກການໃຫ້ເລືອກເອົາ 1 ຫົວຂໍ້ຈາກ 3 ຫົວຂໍ້ໂດຍຜ່ານການລົງຄະແນນຂອງສະມາຊິກ. ເມື່ອໄດ້ຫົວຂໍ້ຄົ້ນຄວ້າທີ່ເປັນເອກະພາບກັນແລ້ວຈື່ງນຳມາສ້າງແຜນໂດຍກຳນົດວັນເວລາໃສ່ວ່າດະເຮັດໃຫ້ສຳເລັດເຊັ່ນ: ກິດຈະກຳຄົ້ນຄວ້າ ກຳນົດວັນເວລາ, ຝຶກອົບຮົມການເກັບກຳຂໍ້ມູນ, ເກັບກຳຂໍ້ມູນຕົວຈີງ, ຈັດກອງປະຊູມປະຈຳເດືອນເພື່ອຕິດຕາມການເກັບກຳຂໍ້ມູນ ເກັບຂໍ້ມູນໃຫ້ສຳເລັດ, ຈັດກອງປະຊູມເພື່ອສັງລວມເນື້ອໃນເພື່ອເຮັດບົດລາຍງານການຄົ້ນຄວ້າ, ຈັດກອງປະຊູມກວດແກ້ບົດລາຍງານຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຈັດພີມບົດລາຍງານ, ຈັດກອງປະຊູມເຜີຍແຜ່ບົດລາຍງານ, ຈັດກອງວາງແຜນພັດທະນາຊູມຊົນອີງໃສ່ບົດລາຍງານຂອງການຄົ້ນຄວ້າ, ລະດົມການຊ່ວຍເຫລືອເພື່ອຈັດຕັ້ງປະຕິບັດແຜນ, ຈັດຕັ້ງປະຕິບັດຕາມແຜນ, ຈັດກອງປະຊູມສະຫລຸບຜົນການຈັດຕັ້ງປະຕິບັດແຜນການພັດທະນາຊູມຊົນ ເມື່ອມີແຜນແລ້ວ ແມ່ນໃຫ້ສ້າງແບບຟອມໃນການເກັບກຳຂໍ້ມູນ ໂດຍກຳນົດໂຄງສ້າງຂອງບົດ ແລະ ຄຳຖາມລະ ອຽດອີງໃສ່ຈຸດພິເສດຂອງຫົວຂໍ້ການຄົ້ນຄວ້າທີ່ກຳນົດໄດ້. ສ່ວນໃຫຍ່ມັກມີໂຄງສ້າງຂອງບົດດັ່ງນີ້: 1. ຄວາມເປັນມາ: ຫົວຂໍ້ດັ່ງກ່າວມີມາດົນແລ້ວບໍ່, ມາຈາກໃສ, ມີຄວາມສຳຄັນແນວໃດໃນອາດີດ 2. ຄວາມສຳຄັນ: ໃນປະຈຸບັນຫົວຂໍ້ດັ່ງກ່າວມີຄວາມສຳຄັນແນວໃດດ້ານເສດຖະກິດ, ວັດທະນາທຳ, ສັງຄົມ ແລະ ດ້ານສີ່ງແວດລ້ອມ 3. ເນື້ອໃນ: ສະພາບຂອງຫົວຂໍ້ດັ່ງກ່າວແມ່ນຫຍັງ. ຕົວຢ່າງ: ຖ້າຫົວຂໍ້ແມ່ນການເຮັດນາ ກໍ່ຕ້ອງອະທິບາຍ ກ່ຽວກັບຂັ້ນຕອນການເຮັດນານັບຕັ້ງແຕ່ຕົກກ້າຈົນຮອດເອົາເຂົ້າຂື້ນເລົ້າ. 4. ບັນຫາ: ມີບັນຫາຫຍັງແດ່ທີ່ຕິດພັນກັບຫົວຂໍ້ດັ່ງກ່າວ 5. ວິທີແກ້ໄຂ ແລະ ຂໍ້ສະເຫນີຕ່າງໆ: ຈະແກ້ໄຂບັນຫາແນວໃດ ຫລື ຢາກສະເຫນີຫຍັງໃຫ້ພາກສ່ວນອື່ນ ເຂົ້າມາໃຫ້ການຊ່ວຍເຫລືອໃນກໍລະນີບໍ່ມີທາງແກ້້ໄດ້ດ້ວຍຕົນເອງ.
ບາດກ້າວທີ 3: ການເກັບກຳຂໍ້ມູນ ຄລິກສົ່ງເສີມໃຫ້ຊາວບ້ານເກັບກຳຂໍ້ມູນປະສົມປະສານໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ. ດ້ານປະລິມານ ແມ່ນເກັບກຳຕົວຢ່າງໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້ ໂດຍໃຫ້ກວມເອົາຫລາຍກວ່າເຄິ່ງຫນື່ງຂອງປະຊາ ກອນຕົວຢ່າງໃນ ຊຸມຊົນເຊັ່ນ: ຖ້າມີຄົນເຮັດນາ 100 ຄົນ ກໍ່ຕ້ອງສຳພາດຢ່າງຫນ້ອຍ 50 ຄົນ. ດ້ານຄຸນນະພາບ ແມ່ນໃຫ້ມີກໍລະນີສຶກສາ ທີ່ລົງເລິກເລື່ອງລາວຂອງບຸກຄົນທີ່ເປັນຕົວຢ່າງໄດ້. ການເກັບກຳຂໍ້ມູນແມ່ນກູ່ມນັກຄົ້ນຄວ້າ ເປັນຜູ້ເກັບຮ້ອຍສ່ວນຮ້ອຍ ໂດຍ ນຳໃຊ້ແບບຟອມເກັບກຳຂໍ້ມູນທີ່ ຜະລິດຂື້ນໃນບາດກ້າວທີ 2 ໂດຍມີການຖ່າຍ ພາບ ແລະ ວິດີໂອນຳ. ການເກັບກຳຂໍ້ມູນແມ່ນ ອີງໃສ່ເວລາຫວ່າງ ຂອງນັກຄົ້ນຄວ້າທີ່ເຂົາເຈົ້າເປັນຜູ້ກຳນົດເວລາເອງ. ກູ່ມສາມາດມອບຫມາຍຄວາມຮັບຜິດຊອບໃຫ້ ສະມາ ຊິກກູ່ມວ່າແຕ່ລະຄົນຈະຮັບຜີດຊອບຫຍັງ, ສຳພາດຈັກຄົນ ແລະ ໃຫ້ສຳເລັດເມື່ອໃດອີງໃສ່ຄວາມສາມາດຕົວຈີງຂອງ ສະມາຊິກ ແຕ່ລະຄົນ. ເຕັກນິກໃນການສຳພາດແມ່ນ ໃຫ້ມີການແນະນໍາຕົນເອງ, ຈຸດປະສົງຂອງການເກັບກຳຂໍ້ມູນ, ຖາມແຕ່ປະຈຸບັນ ຫາອາດີດ ແລະ ງ່າຍຫາຍາກ.
ບາດກ້າວທີ 4: ການສັງລວມຂໍ້ມູນ, ຂຽນບົດລາຍງານ ແລະ ກວດແກ້ບົດລາຍງານ ຂັ້ນຕອນນີ້ແມ່ນໃຫ້ເອົາແບບຟອມທີ່ເກັບຂໍ້ມູນສຳເລັດແລ້ວມາໂຮມເນື້ອໃນເຂົ້າກັນ. ຖ້າມີເນື້ອໃນໃດທີ່ມັນ ໃຫມ່ແມ່ນ ໃຫ້ຕື່ມເຂົ້າກັນ, ອັນໃດທີ່ມັນຄັດແຍ້ງກັນແມ່ນໃຫ້ສົນທະນາຫາທາງອອກລະຫວ່າງສະມາຊິກກູ່ມ. ຖ້າຕົກ ລົງກັນບໍ່ໄດ້ແມ່ນໃຫ້ມີ ການລົງຄະແນນສຽງເພື່ອຫາທາງອອກ. ການສັງລວມແມ່ນອີງໃສ່ໂຄງຮ່າງບົດທີ່ກຳນົດໃນບາດກ້າວທີ 2. ພາຍຫລັງໄດ້ຮ່າງບົດລາຍງານທີ່ສະມາຊິກໃນກູ່ມເປັນເອກະພາບກັນດີແລ້ວ ຈື່ງນຳເອົາບົດລາຍງານດັ່ງ ກ່າວນັ້ນໄປ ກວດແກ້ ໂດຍໃຫ້ຈັດກອງປະຊູມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໃນຂັ້ນທ້ອງຖີ່ນ. ຕົວຢ່າງ: ຫົວຂໍ້ການເຮັດນາກໍ່ໃຫ້ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງກວດແກ້ນໍາ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງດ້ວຍ.
ບາດກ້າວທີ 5: ການເຜີຍແຜ່ບົດຄົ້ນຄວ້າ ຈຸດປະສົງຂອງການເຜີຍແຜ່ແມ່ນຢາກໃຫ້ປະຊາຊົນພາຍໃນຊູມຊົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງໃນຂັ້ນ ທ້ອງຖີ່ນໄດ້ ຮູ້ ແລະ ເຂົ້າໃຈເພື່ອໃຫ້ມີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດການແກ້ໄຂບັນຫາຮ່ວມກັນ. ດັ່ງນັ້ນຄວນມີການຈັດກອງ ປະຊູມຢູ່ຂັ້ນບ້ານ 1 ຄັ້ງໂດຍມີປະຊາຊົນເຂົ້າຮ່ວມໃຫ້ຫລາຍທີ່ສຸດ ແລະ ເຮັດກອງປະ ຊູມໃນຂັ້ນເມືອງ 1 ຄັ້ງໂດຍເຊີນຕົວ ແທນຈາກບ້ານອື່ນ ແລະ ອຳນາດການປົກຄອງທ້ອງຖີ່ນເຂົ້າຮ່ວມນຳ.
ບາດກ້າວທີ 6: ການນໍາໃຊ້ຜົນການຄົ້ນຄວ້າເຂົ້າໃນວຽກພັດທະນາຊູມຊົນ ກິດຈະກຳນີ້ແມ່ນມີຄວາມສຳຄັນທີ່ສຸດເພາະມັນເປັນຕົວຊີວັດຜົນສຳເລັດຂອງຮູບແບບການສົ່ງເສີມຊາວບ້ານເຮັດການ ຄົ້ນຄວ້ານີ້. ພາຍຫລັງສຳເລັດຈັດກອງປະຊູມເຜີຍແຜ່ຜົນໄດ້ຮັບແລ້ວ ແມ່ນໃຫ້ຈັດກອງປະຊູມສ້າງແຜນ ພັດທະນາບ້ານ ອີງໃສ່ ບັນຫາ ແລະ ວິທີແກ້ໄຂທີ່ກຳນົດຂື້ນໃນບົດຄົ້ນຄວ້າຂອງຊາວບ້ານ. ກອງປະຊູມດັ່ງກ່າວແມ່ນ ໃຫ້ສ້າງແຜນລະອຽດ ແບບມີ ສ່ວນຮ່ວມກັບອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ແຜນປະກອບດ້ວຍ: ເຫດຜົນຂອງ ໂຄງການ (ຜົນປະໂຫຍດຂອງໂຄງການ), ຄາດຫມາຍ (ດ້ານການເພີ້ມຂື້ນຂອງ ລາຍຮັບ, ແລະ ອື່ນໆ), ແຜນກິດຈະກຳ (ສີ່ງທີ່ຈະເຮັດ ແລະ ວັນເວລາ), ແຜນງົບປະມານ (ລາຍລະອຽດ ງົບປະມານ ແລະ ແຫລ່ງທືນ). ຖ້າເປັນການລົງທືນໃນການຜະລິດກະສິກຳ ແມ່ນໃຫ້ມີການໄລ່ລຽງເສດຖະກິດ ແລະ ແຜນການລົງທືນວ່າຈະມີກຳໄລບໍ່. ເນື້ອໃນຂອງບົດຄົ້ນຄວ້າຍັງສາມາດນຳມາຜັນຂະຫຍາຍໂດຍການເຊື່ອມເຂົ້າໃນການຂຽນຫລັກສູດການຮຽນການສອນ ໃນຂັ້ນປະຖົມ ເພື່ອເປັນການອານຸລັກຮັກສາ ແລະ ສົ່ງເສີມພູມປັນຍາທ້ອງຖີ່ນອັນດີງາມໃຫ້ດຳລົງຄົງຢູ່ ແລະ ຖ່າຍທອດມາຍັງ ໄວຫນູ່ມຄົນລຸ້ນໃຫມ່.
ໂຄງການສົ່ງເສີມຊາວບ້ານເຮັດການຄົ້ນຄວ້າທີ່ບ້ານດອນເຊໂຮງສາມາດສ້າງໄດ້ນັກຄົ້ນຄວ້າຂັ້ນບ້ານຈຳນວນ 16 ຄົນ ເປັນຍິງ 14 ຄົນ ໃນນັ້ນແມ່ນໄວຫນູ່ມ 2 ຄົນ ສຶກສາໄດ້ 2 ຫົວຂໍ້ ເຊິ່ງການຄົ້ນຄວ້າໄດ້ນໍາສູ່ການທົດລອງປູກ ຜັກ ແລະ ລ້ຽງເປັນເຊິ່ງເພີ້ມລາຍຮັບສະເລັ່ຍ 1,000,000 ກີບຕໍ່ຄົນ ແລະ ສາມາດລະດົມທືນຈາກເຂື່ອນໄຟຟ້າເຂົ້າໃນການຂະຫຍາຍການລ້ຽງເປັດໄດ້ອີກຈຳນວນຫນື່ງ. ຊາວບ້ານມີຄວາມກ້າຫານ ແລະ ມີຄວາມຫມັ້ນໃຈຫລາຍຂື້ນໃນການນຳສະເຫນີບັນຫາ ແລະ ຮ້ອງຂໍການຊ່ວຍເຫລືອຍ້ອນວ່າໄດ້ສຶກສາສະພາບຕົວຈິງແທ້, ມີຂໍ້ມູນຕົວຈິງ ແລະ ມີຄວາມເປັນເອກະພາບດ້ານຂໍ້ມູນພາຍໃນຊຸມຊົນ.
ໂຄງການສົ່ງເສີມຊາວບ້ານເຮັດການຄົ້ນຄວ້າສຳເລັດໄດ້ດີດ້ານການສ້າງນັກຄົ້ນຄວ້າທີ່ມີຄວາມເອົາໃຈໃສ່ສູງຍ້ອນວ່າຊຸມຊົນດັ່ງກ່າວມີບັນຫາຫລາຍ ເຊິ່ງການຄົ້ນຄວ້ານັ້ນໄດ້ຊ່ວຍໃຫ້ເຂົາເຈົ້າແກ້ໄຂບັນຫາຂອງເຂົາເຈົ້້າໄດ້. ຊາວບ້ານເປັນຜູ້ກຳນົດຫົວຂໍ້ໃນການຄົ້ນຄວ້າເອງເຮັດໃຫ້ເຂົາເຈົ້າມີຄວາມສົນໃຈ ແລະ ກະຕືລືລົ້ນໃນການສຶກສາຄົ້ນຄວ້າ ການຈັດຕັ້ງໃນຂັ້ນທ້ອງຖີ່ນມີສ່ວນຮ່ວມໃນຂະບວນການຄົ້ນຄວ້າເຮັດໃຫ້ເຂົາເຈົ້າຍອມຮັບຟັງຜົນຂອງການຄົ້ນຄວ້າຂອງຊາວບ້ານ.
ໂຄງການສົ່ງເສີມຊາວບ້ານເຮັດການຄົ້ນຄວ້າຍັງບໍ່ສາມາດຊ່ວຍຊາວບ້ານເປົ້າຫມາຍໃນການລະດົມທືນກັບພາກສ່ວນທີ່ກ່ຽວຂ້ອງເຂົ້າໃສ່ກິດຈະກຳການ ພັດທະນາຊີວິດຄວາມເປັນຢູ່ໄດ້ດີເທົ່າທີ່ຄວນຍ້ອນວ່າ ກິດຈະກຳທີ່ສະເຫນີໂດຍຊາວບ້ານນັ້ນບໍ່ໄດ້ຢູ່ໃນແຜນຂອງບໍລິສັດໃນເບື້ອງຕົ້ນ.
ຖ້າຕ້ອງການຜັນຂະຫຍາຍອອກສູ່ວົງກວ້າງແມ່ນຕ້ອງເອົາໃຈໃສ່ໃນການເຊື່ອມສານເຂົ້າໃນວຽກການພັດທະນາຊຸມຊົນ. ດັ່ງນັ້ນ, ຂັ້ນຕອນການຄັດເລືອກຫົວຂໍ້ໃນການຄົ້ນຄວ້າຕ້ອງຕອບສະຫນອງໃນການທີ່ຈະນໍາສູ່ການແກ້ໄຂບັນຫາໃນຊຸມຊົນ ໂດຍສະເພາະບັນຫາທີ່ນັກຄົ້ນຄວ້າອາສາສະຫມັກໃຫ້ຄວາມສົນໃຈທີ່ສຸດ ແລະ ໃຫ້ຖືກກັບທິດທາງຂອງພາກສ່ວນທີ່ກ່ຽວຂ້ອງທີ່ຢາກສະຫນັບສະຫນຸນໃນການພັດທະນາໃນຂັ້ນຕໍ່ໄປ.